Jump to content

ການລົດໄຟແຫ່ງປະເທດໄທ

ຈາກ ວິກິພີເດຍ
ການລົດໄຟແຫ່ງປະເທດໄທ
ຊື່ທ້ອງຖິ່ນ
การรถไฟแห่งประเทศไทย
ຊື່ເດີມກົມລົດໄຟ
ກົມລົດໄຟຫຼວງ
ກົມລົດໄຟແຜ່ນດິນ
ປະເພດລັດວິສາຫະກິດ
ອຸດສາຫະກຳລົດໄຟ
ກ່ອນໜ້າກົມລົດໄຟແຜ່ນດິນ
ກໍ່ຕັ້ງຕຸລາ ຄ.ສ. 1890
ຜູ້ກໍ່ຕັ້ງພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ
ສຳນັກງານໃຫຍ່1 ຖະໜົນຣອງເມືອງ ແຂວງລອງເມືອງ ເຂດປະທຸມວັນ, ,
ພື້ນທີໃຫ້ບໍລິການ
ທຸງຊາດຂອງໄທ ປະເທດໄທ
ບຸກຄະລາກອນຫຼັກ
ຈະເຣ ຣຸ່ງຖານີຍະ
ຜູ້ວ່າການ
ເວັບໄຊrailway.co.th

ການລົດໄຟແຫ່ງປະເທດໄທ (ໄທ: การรถไฟแห่งประเทศไทย) ຫຼື ລຟທ. (ໄທ: รฟท.) ແມ່ນລັດວິສາຫະກິດໄທໃນກະຊວງຄົມມະນາຄົມ ເຮັດໜ້າທີດ້ານກິດຈະການດ້ານລົດໄຟຂອງປະເທດໄທ ສ້າງຕັ້ງເມື່ອວັນທີ 1 ກໍລະກົດ ຄ.ສ. 1951[1] ມີທາງລົດໄຟຢູ່ພາຍໃຕ້ຂອບເຂດດຳເນີນການທັ້ງໝົດ 4,070 ກິໂລແມັດ ແຕ່ເດີມມີສະຖານະເປັນສ່ວນລາຊະການລະດັບກົມຢູ່ໃນສັງກັດກະຊວງຄົມມະນາຄົມ ສ້າງຕັ້ງເມື່ອເດືອນ ຕຸລາ ຄ.ສ. 1890

ປະຫວັດ

[ດັດແກ້]

ກ່ອນກົມລົດໄຟ

[ດັດແກ້]

ລົດໄຟ ແມ່ນລະບົບຂົນສົ່ງມວນຊົນເຊີ່ງເຖີກປະດິດໃນສະຫະລາຊະອານາຈັກພາຍຫຼັງການປະຕິວັດອຸດສາຫະກຳ

ຄົນໄທໄດ້ເຫັນລົດໄຟຈາກອັງກິດແມ່ນຄັ້ງທຳອິດໃນປີ ຄ.ສ. 1855 ໃນລາຊະສະໄໝພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ເຊິ່ງເປັນພຽງ "ລົດໄຟຂອງເລ່ນ" ເທົ່ານັ້ນ ເຊິ່ງສົມເດັດພະລາຊິນີນາດວິກຕອເຣຍແຫ່ງສະຫະລາຊະອານາຈັກ ໄດ້ຊົງຈັດລັດໄຟຈຳລອງມາຖະຫວາຍ ໂດຍໂປດຯ ໃຫ້ລາຊະທູດນາມວ່າ "ທ່ານແຮຣ໌ຣີ ປາຣ໌ຄສ໌" ເຂົ້າມາແລກປ່ຽນສົນທິສັນຍາກັບສະຫຍາມໃນວັນທີ 10 ກຸມພາ ຄ.ສ. 1855[2]

ສະໄໝກົມລົດໄຟ

[ດັດແກ້]
ທຸງກົມລົດໄຟ

ໃນລາຊະສະໄໝພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ການລ່າອານານິຄົມຂອງອັງກິດແລະຝຣັ່ງໄດ້ແຜ່ຂະຫຍາຍມາຍັງບໍລິເວນອິດດູຈີນ ພະອົງຕະໜັກເຖີງຄວາມສຳຄັນຂອງການຄົມມະນາຄົມໂດຍເສ້ນທາງລົດໄຟ ເພົາະການເດີນທາງແບບເດີມບໍ່ພຽງພໍຕໍ່ການບຳລຸງຮັກສາພະລາຊະອານາເຂດ ແລະແມ່ນເປັນປະໂຍດຕໍ່ເສດຖະກິດຂອງປະເທດອີກດ້ວຍ

ດັງນັ້ນໃນປີ ຄ.ສ. 1887 ຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ທ່ານ ເຊອຣ໌ ແອນດຣູ ຄລາກ ແລະບໍລິສັດ ປັນຊາຣ໌ດ ແມກທັກກາຣ໌ດ ໂລເທອຣ໌ ດຳເນີນການສຳຫຼວດເສ້ນທາງລົດໄຟສາຍບາງກອກ-ນະຄອນລາຊະສີມາ ແລະມີທາງແຍກຕັ້ງແຕ່ລົບບຸລີ-ຊຽງໃໝ່ 1 ສາຍ ອຸດຕະຣະດິດ-ທ່າເດື່ອ 1 ສາຍ ແລະຊຽງໃໝ່-ຊຽງຮາຍ-ຂຽງແສນຫຼວງອີກ 1 ສາຍ ທັ້ງສອງຝ່າຍລົງນາມໃນສັນຍາເມື່ອວັນທີ 16 ມີນາ ຄ.ສ. 1887[3]

ຕໍ່ມາໃນເດືອນຕຸລາ ຄ.ສ. 1890 ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຊົງພະກະລຸນາໂປດເກົ້າຯ ໃຫ້ສ້າງຕັ້ງ "ກົມລັດໄຟ" ໂດຍໃຫ້ຢູ່ໃນສັງກັດຂອງກະຊວງໂຍທາທິການ[4] ໂດຍມີສ່ວນລາຊະການດັງຕໍ່ໄປນີ້

  • ກົມລົດໄຟ
    • ກອງກາງ
    • ກອງແບບຢ່າງ
    • ເຊກຊັ່ນບາງກອກ
    • ເຊກຊັ່ນປາກພຽວ
    • ເຊກຊັ່ນຫິນລັບ
    • ເຊກຊັ່ນໝວກເຫຼັກ
    • ເຊກຊັ່ນຈັນທຶກ
    • ເຊກຊັ່ນຄອງໄຜ່
    • ເຊກຊັ່ນສີຄິ້ວ
    • ເຊກຊັ່ນໂຄລາດ
    • ເຊກຊັ່ນທ່າເຮືອ
    • ເຊກຊັ່ນລົບບຸລີ

ແລະຊົງພະລາຊະທານພະບໍລົມລາຊານຸມັດໃຫ້ກະຊວງໂຍທາທິການວ່າຈ້າງທ່ານ ຈີ. ມູເຣ ແຄມປ໌ເບລລ໌ ສ້າງທາງລົດໄຟຫຼວງຈາກບາງກອກ-ນະຄອນລາຊະສີມາ ເປັນສາຍທຳອິດ ແມ່ນທາງຂະໜາດກວ້າງ 1.435 ແມັດ ແລະໄດ້ສະເດັດພະລາຊະດຳເນີນປະກອບພີທີກະທຳພະເຣີກ ເລີ່ມສ້າງທາງລົດໄຟ ນະ ບໍລິເວນຍ່ານສະຖານີບາງກອກ ເມື່ອວັນທີ 9 ມີນາ ຄ.ສ. 1891 ຈາກນັ້ນໃນວັນທີ 26 ມີນາ ຄ.ສ. 1896 ໄດ້ຊົງສະເດັດມາເປີດເສ້ນທາງລົດໄຟສາຍບາງກອກ-ນະຄອນລາຊະສີມາ ກົມລົດໄຟຈຶງຖືວັນທີ 26 ມີນາ ຂອງທຸກປີ ແມ່ນ "ວັນຄ້າຍວັນສ້າງຕັ້ງກິດຈະການລົດໄຟ" ຈົນເຖີງປັດຈຸບັນ

ຕໍ່ມາໄດ້ມີກນແຍກກົມລົດໄຟອອກເປັນ "ກົມລົດໄຟສາຍເໜືອ" ແລະ "ກົມລົດໄຟສາຍໃຕ້" ວັນທີ 27 ມິຖຸນາ ຄ.ສ. 1917 ໄດ້ຮວມກົມລົດໄຟທັ້ງສອງກົມເປັນ "ກົມລົດໄຟຫຼວງ" ວັນທີ 27 ມີນາ ຄ.ສ. 1913 ຍ້ານສັງກັດໄປກະຊວງຄົມມະນາຄົມ ວັນທີ 20 ຕຸລາ ຄ.ສ. 1924 ປ່ຽນຊື່ເປັນ "ກົມລົດໄຟຫຼວງແຫ່ງກຸງສະຫຍາມ" ຫຼື "ລ.ຟ.ລ." ວັນທີ 23 ມີນາ ຄ.ສ. 1925 ຍ້າຍສັງກັດໄປກະຊວງຄົມມະນາຄົມແລະພານິດຊະຍະການ ວັນທີ 1 ມີນາ ຄ.ສ. 1926 ຍ້າຍສັງກັດໄປກະຊວງພານິດແລະຄົມມະນາຄົມ ປີ ຄ.ສ. 1933 ຍ້າຍສັງກັດໄປກະຊວງເສດຖະການ ພ້ອມປ່ຽນຊື່ເປັນ "ກົມລົດໄຟ" ປີ ຄ.ສ. 1941 ໄດ້ຍ້າຍສັງກັດກັບມາກະຊວງຄົມມະນາຄົມຕາມເດີມ

ສະໄໝການລົດໄຟ

[ດັດແກ້]

ໃນປີ ຄ.ສ. 1951 ໃນສະໄໝລັດຖະບານທ່ານ ຈອມພົນ ແປກ ພິບູນສົງຄາມ ມີການປະກາດໃຊ້ພະລາຊະບັນຍັດການລົດໄຟແຫ່ງປະເທດໄທ ລົງວັນທີ 30 ມິຖຸນາ ຄ.ສ. 1951 ແລະມີຜົນໃນວັນທີ 1 ກໍລະກົດ ປີດຽວກັນ ດັງນັ້ນການລົດໄຟແຫ່ງປະເທດໄທຈຶງເຖີກຕັ້ງຢ່າງເປັນທາງການ ເປັນໜ່ວຍງານລັດວິສາຫະກິດປະເພດສາທາລະນູປະໂພກສັງກັດກະຊວງຄົມມະນາຄົມ

ສ່ວນງານ

[ດັດແກ້]

ການລົດໄຟແຫ່ງປະເທດໄທມີການແບ່ງສ່ວນງານໃນປັດຈຸບັນ ດັງນີ້

  • ການລົດໄຟແຫ່ງປະເທດໄທ
    • ຝ່າຍຕວດສອບພາຍໃນ
    • ສູນປະສານງານແລະເລຂານຸການຄະນະກຳມະການລົດໄຟ
    • ສູນປະຊາສຳພັນ
    • ສຳນັກຜູ້ວ່າການ
    • ຝ່າຍການຊ່າງໂຍທາ
    • ຝ່າຍການອານັດສັນຍານແລະໂທລະຄົມມະນາຄົມ
    • ຝ່າຍປະຕິບັດການເດີນລົດ
    • ຝ່າຍບໍລິການໂດຍສານ
    • ຝ່າຍບໍລິການສິນຄ້າ
    • ຝ່າຍການເງີນແລະການບັນຊີ
    • ຝ່າຍເທັກໂນໂລຍີສາລະສົນເທດ
    • ຝ່າຍການພັດສະດຸ
    • ຝ່າຍຊັບພະຍາກອນບຸກຄົນ
    • ຝ່າຍການຊ່າງກົນ
    • ຝ່າຍບໍລິຫານຊັບສິນ
    • ຝ່າຍບໍລິຫານໂຄງການພັດທະນາທີ່ດິນ
    • ສຳນັກງານຍຸດທະສາດທຸລະກິດການເດີນລົດ
    • ສຳນັກງານອານາບານ
    • ສຳນັກນະໂຍບາຍ ແຜນ ວິໄຈແລະພັດທະນາ
    • ສຳນັກງານບໍລິຫານໂຄງການລະບົບລົດໄຟຟ້າ
    • ສຳນັກງານແພດ
    • ສຳນັກງານຈັດຫາພັດສະດຸຊ່ອມບຳລຸງ
    • ສູນບໍລິຫານຄວາມສ່ຽງ
    • ໂຄງການພິເສດແລະກໍ່ສ້າງ
    • ກອງຄວບຄຸມການປະຕິບັດການ
    • ສະຖາບັນຝຶກອົບລົມລະບົບລາງ
    • ບໍລິສັດ ລົດໄຟຟ້າ ລ.ຟ.ທ. ຈຳກັດ
    • ບໍລິສັດ ເອສອາຣ໌ທີ ແອສເສທ ຈຳກັດ

ລາຍນາມຜູ້ບໍລິຫານການລົດໄຟແຫ່ງປະເທດໄທ

[ດັດແກ້]
ເຈົ້າກົມລົດໄຟ
  1. ທ່ານ ຄາຣ໌ລ ເບທເກ (ຄ.ສ. 1896–1899)
  2. ທ່ານ ແຮຣ໌ມັນ ເກທສ໌ (ຄ.ສ. 1899–1894)
ເຈົ້າກົມລົດໄຟສາຍເໜືອ
  1. ທ່ານ ລູອິສ ໄວເລອຣ໌ (1 ກໍລະກົດ ຄ.ສ. 1894 – 5 ມິຖຸນາ ຄ.ສ. 1917)
ນາຍຊ່າງຜູ້ບັງຄັບການກົມລົດໄຟສາຍໃຕ້
  1. ທ່ານ ເຮນຣີ ກິດຕິນສ໌ (1 ມິຖຸນາ ຄ.ສ. 1909 – 31 ພຶດສະພາ ຄ.ສ. 1917)
ຜູ້ບັນຊາການກົມລົດໄຟຫຼວງ
  1. ພະເຈົ້າພີ່ຍາເທີ ກົມພະກຳແພງເພັດອັກຄະຣະໂຍທິນ (5 ມິຖຸນາ ຄ.ສ. 1917 – 8 ກັນຍາ ຄ.ສ. 1928)
  2. ພະຍາສາຣະສາດສິຣິລັກ (8 ກັນຍາ ຄ.ສ. 1928 – 1 ສິງຫາ ຄ.ສ. 1932)
  3. ພະຍາສະຫຣິດດິການບັນຈົງ (1 ສິງຫາ ຄ.ສ. 1932 – 1 ເມສາ ຄ.ສ. 1933)
  4. ພະຍາປະກິດກົນລະສາດ (1 ເມສາ – 24 ກໍລະກົດ ຄ.ສ. 1933)
  5. ພະວິສະດານດຸນຍະຣັດຖະກິດ (24 ກໍລະກົດ ຄ.ສ. 1933 – ຄ.ສ. 1934)
ອະທິບໍດີກົມລົດໄຟ
  1. ທ່ານ ພົນຕີ ອຸດົມໂຍທາ ຣັດຕະນາວະດີ (1 ພຶດສະພາ ຄ.ສ. 1935 – 1 ກຸມພາ ຄ.ສ. 1936; 17 ກັນຍາ – 2 ພະຈິກ ຄ.ສ. 1943)
  2. ທ່ານ ພົນຕີ ຈະຣູນ ຣັດຕະນະກຸນ ເສຣີເຣີງຣິດ (1 ກຸມພາ ຄ.ສ. 1936 – 10 ມີນາ ຄ.ສ. 1942; 6 ພຶດສະພາ – 30 ກໍລະກົດ ຄ.ສ. 1942; 11 ພະຈິກ ຄ.ສ. 1949 – 30 ມິຖຸນາ ຄ.ສ. 1951)
  3. ທ່ານ ພັນຕຳຫຼວດໂທ ຊະລໍ ສີທະນາກອນ (30 ກໍລະກົດ ຄ.ສ. 1942 – 17 ກັນຍາ ຄ.ສ. 1943)
  4. ທ່ານ ຈະຣູນ ສືບແສງ (2 ພະຈິກ ຄ.ສ. 1943 – 15 ກຸມພາ ຄ.ສ. 1945)
  5. ທ່ານ ປຸ່ນ ສະກຸນຕະນາກ (19 ທັນວາ ຄ.ສ. 1945 – 11 ພະຈິກ ຄ.ສ. 1949)
ຜູ້ວ່າການລົດໄຟແຫ່ງປະເທດໄທ
  1. ທ່ານ ພົນຕີ ຈະຣູນ ຣັດຕະນະກຸນ ເສຣີເຣີງຣິດ (1 ກໍລະກົດ ຄ.ສ. 1951 – 10 ກັນຍາ ຄ.ສ. 1959)
  2. ເຈົ້າສະໄຫວ ສະໄຫວແສນຍາກອນ (11 ກັນຍາ ຄ.ສ. 1959 – 31 ທັນວາ ຄ.ສ. 1964)
  3. ທ່ານ ພັນເອກ ແສງ ຈຸລະຈາຣິດ (1 ມັງກອນ ຄ.ສ. 1965 – 24 ກຸມພາ ຄ.ສ. 1971)
  4. ທ່ານ ອະນະ ຣົມມະຍານົນ (25 ກຸມພາ ຄ.ສ. 1971 – 31 ທັນວາ ຄ.ສ. 1973)
  5. ທ່ານ ພົນໂທ ທວນ ສະຣິກຂະການົນ (1 ມັງກອນ ຄ.ສ. 1974 – 1 ພຶດສະພາ ຄ.ສ. 1976)
  6. ທ່ານ ສະຫງ່າ ນາວີຈະເຣີນ (8 ມິຖຸນາ ຄ.ສ. 1976 – 30 ເມສາ ຄ.ສ. 1979)
  7. ທ່ານ ທະວັດ ແສງປະດັບ (1 ພຶດສະພາ ຄ.ສ. 1979 – 26 ກໍລະກົດ ຄ.ສ. 1982)
  8. ທ່ານ ບັນຍົງ ສອນລຳ (27 ກໍລະກົດ ຄ.ສ. 1982 – 30 ກັນຍາ ຄ.ສ. 1986)
  9. ທ່ານ ຫິຣັນ ຣະດີສີ (1 ຕຸລາ ຄ.ສ. 1986 – 10 ທັນວາ ຄ.ສ. 1987)
  10. ທ່ານ ເຊີດ ບຸນຍະຣັດຕະນະເວດ (11 ທັນວາ ຄ.ສ. 1987 – 31 ກໍລະກົດ ຄ.ສ. 1988)
  11. ທ່ານ ສົມຊາຍ ຈຸລະຈາຣິດ (1 ສິງຫາ ຄ.ສ. 1988 – 28 ກຸມພາ ຄ.ສ. 1992)
  12. ທ່ານ ສົມໝານ ຕາມໄທ (1 ມີນາ ຄ.ສ. 1992 – 29 ສິງຫາ ຄ.ສ. 1995)
  13. ທ່ານ ສະເໝີ ເຊົາໄວ (30 ສິງຫາ ຄ.ສ. 1995 – 30 ກັນຍາ ຄ.ສ. 1997)
  14. ທ່ານ ສະຣາວຸດ ທຳມະສິຣິ (30 ກັນຍາ ຄ.ສ. 1997 – 15 ມັງກອນ ຄ.ສ. 2002)
  15. ທ່ານ ຈິດສັນຕິ ທະນະໂສພົນ (16 ກໍລະກົດ ຄ.ສ. 2002 – ຄ.ສ. 2006)
  16. ທ່ານ ຍຸດທະນາ ທັບຈະເຣີນ (15 ກໍລະກົດ ຄ.ສ. 2008 – 1 ຕຸລາ ຄ.ສ. 2011)
  17. ທ່ານ ປະພັດ ຈົງສະຫງວນ (12 ພະຈິກ ຄ.ສ. 2011 – 10 ກໍລະກົດ ຄ.ສ. 2014)
  18. ທ່ານ ວຸທິຊາດ ກັນລະຍານະມິດ (11 ກໍລະກົດ ຄ.ສ. 2014 – 22 ກຸມພາ ຄ.ສ. 2017)
  19. ທ່ານ ນິຣຸດ ມະນີພັນ (24 ເມສາ ຄ.ສ. 2020 – 23 ເມສາ ຄ.ສ. 2024)
  20. ທ່ານ ຈະເຣ ຣຸ່ງຖານີຍະ (24 ເມສາ ຄ.ສ. 2024 – ປັດຈຸບັນ)

ເສ້ນທາງເດີນລົດ

[ດັດແກ້]

ການລົດໄຟແຫ່ງປະເທດໄທແມ່ນຜູ້ໃຫ້ບໍລິການລົດໄຟທາງໄກທຸກສາຍໃນປະເທດໄທ ໂດຍປັດຈຸບັນສະຖານີກາງກຸງເທບອະພິວັດ (ບາງຊື່) ແມ່ນສະຖານີປາຍທາງຂອງຂະບວນລົດດ່ວນພິເສດ ລົດດ່ວນ ແລະລົດໄວ ຈຳນວນ 52 ຂະບວນ ແລະສະຖານີກຸງເທບ (ຫົວລຳໂພງ) ແມ່ນສະຖານີປາຍທາງຂອງກຸ່ມຂະບວນລົດທຳມະດາ ລົດຊານເມືອງ ແລະລົດນຳທ່ຽວ ຈຳນວນ 62 ຂະບວນ ມີສະຖານີບັນຈຸແລະແຍກສິນຄ້າກ່ອງ ລາດກະບັງ ແມ່ນທີ່ທຳການຮັບ-ສ່ງສິນຄ້າຫຼັກ ປັດຈຸບັນການລົດໄຟຯ ມີໄລຍະທາງທີ່ເປີດເດີນລົດແລ້ວທັ້ງສິ້ນ 4,044 ກິໂລແມັດ ແບ່ງເປັນເສ້ນທາງລົດໄຟດ່ຽວ 2,847.1 ກິໂລແມັດ ເສ້ນທາງລົດໄຟທາງຄູ່ 1,089.9 ກິໂລແມັດ

ສາຍເໜືອ

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ທາງລົດໄຟສາຍເໜືອ (ປະເທດໄທ)

ທາງລົດໄຟສາຍເໜືອ ເດີນລົດຄວບຄູ່ໄປກັບທາງລົດໄຟສາຍຕະເວັນອອກສຽງເໜືອ ຜ່ານບາງກອກ, ຈັງຫວັດປະທຸມທານີ ແລະຈັງຫວັດພະນະຄອນສີອະຍຸດທະຍາ ແລ້ວແຍກກັນທີ່ສະຖານີຊຸມທາງບ້ານພາຊີ ໂດຍທາງລົດໄຟສາຍເໜືອຜ່ານຈັງຫວັດພະນະຄອນສີອະຍຸດທະຍາ, ຈັງຫວັດສະລະບຸລີ, ຈັງຫວັດລົບບຸລີ, ຈັງຫວັດນະຄອນສະຫວັນ, ຈັງຫວັດພິຈິດ, ຈັງຫວັດພິສະນຸໂລກ, ຈັງຫວັດອຸຕະລະດິດ, ຈັງຫວັດແພ່, ຈັງຫວັດລຳປາງ, ຈັງຫວັດລຳພູນ ແລະຈັງຫວັດຊຽງໃໝ່ ມີໄລຍະທາງຈາກສະຖານີກຸງເທບ-ສະຖານີຊຽງໃໝ່ລວມ 751 ກິໂລແມັດ ມີເສ້ນທາງແຍກ ຄື ທາງລົດໄຟສາຍບ້ານດາຣາ-ສະຫວັນຄະໂລກ ຜ່ານຈັງຫວັດອຸຕະລະດິດ ແລະຈັງຫວັດສຸໂຂໄທ ມີໄລຍະທາງ 29 ກິໂລແມັດ

ສາຍຕະເວັນອອກສຽງເໜືອ

[ດັດແກ້]

ທາງລົດໄຟສາຍຕະເວັນອອກສຽງເໜືອ ເດີນລົດຄວບຄູ່ກັບທາງລົດໄຟສາຍເໜືອ ຜ່ານບາງກອກ, ຈັງຫວັດປະທຸມທານີ ແລະຈັງຫວັດພະນະຄອນສີອະຍຸດທະຍາ ແລ້ວແຍກກັນທີ່ສະຖານີຊຸມທາງບ້ານພາຊີ ຜ່ານຈັງຫວັດພະນະຄອນສີອະຍຸດທະຍາ, ຈັງຫວັດສະລະບຸລີ ແລະຈັງຫວັດນະຄອນລາຊະສີມາ ແລະແຍກເປັນສອງສາຍທີ່ສະຖານີຊຸມທາງຖະໜົນຈິຣະ ໂດຍທາງລົດໄຟສາຍຕະເວັນອອກສຽງເໜືອຕອນບົນ ຜ່ານຈັງຫວັດນະຄອນລາຊະສີມາ, ຈັງຫວັດຂອນແກ່ນ, ຈັງຫວັດອຸດອນທານີ ແລະຈັງຫວັດໜອງຄາຍ ມີໄລຍະທາງຈາກສະຖານີກຸງເທບ-ສະຖານີໜອງຄາຍລວມ 627.25 ກິໂລແມັດ ສ່ວນທາງລົດໄຟສາຍຕະເວັນອອກສຽງເໜືອຕອນໃຕ້ ຜ່ານຈັງຫວັດນະຄອນລາຊະສີມາ, ຈັງຫວັດບຸລີລຳ, ຈັງຫວັດສຸລິນ, ຈັງຫວັດສີສະເກດ ແລະຈັງຫວັດອຸບົນລາຊະທານີ ມີໄລຍະທາງຈາກສະຖານີກຸງເທບ-ສະຖານີອຸບົນລາຊະທານີລວມ 575 ກິໂລແມັດ ມີເສ້ນທາງແຍກ ຄື ທາງລົດໄຟສາຍແກ່ງຄອຍ-ບົວໃຫຍ່ ຜ່ານຈັງຫວັດສະລະບຸລີ, ຈັງຫວັດລົບບຸລີ, ຈັງຫວັດໄຊຍະພູມ ແລະຈັງຫວັດນະຄອນລາຊະສີມາ ມີໄລຍະທາງ 252.4 ກິໂລແມັດ

ໂດຍທາງລົດໄຟສາຍຕະເວັນອອກສຽງເໜືອ ມີຈຸດເຊື່ອມຕໍ່ກັບຕ່າງປະເທດ ຄື ເສ້ນທາງຈາກ ສະຖານີໜອງຄາຍ ຈັງຫວັດໜອງຄາຍ ກັບ ສະຖານີທ່ານາແລ້ງ ນະຄອນຫຼວງວຽງຈັນ ປະເທດລາວ

ສາຍຕະເວັນອອກ

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ທາງລົດໄຟສາຍຕະເວັນອອກ (ປະເທດໄທ)

ທາງລົດໄຟສາຍຕະເວັນອອກ ເດີນລົດຜ່ານບາງກອກ, ຈັງຫວັດສະເຊີງເຊົາ, ຈັງຫວັດປາຈີນບຸລີ, ຈັງຫວັດນະຄອນນາຍົກ ແລະຈັງຫວັດສະແກ້ວ ມີໄລຍະທາງຈາກສະຖານີກຸງເທບ-ສະຖານີດ່ານພົມແດນບ້ານຄອງລຶກລວມ 260 ກິໂລແມັດ ມີເສ້ນທາງແຍກ ຄື ທາງລົດໄຟສາຍຊາຍຝັ່ງທະເລຕະເວັນອອກ ຜ່ານຈັງຫວັດສະເຊີງເຊົາ ແລະຈັງຫວັດຊົນບຸລີ ມີໄລຍະທາງຈາກສະຖານີຊຸມທາງສະເຊີງເຊົາ-ສະຖານີຈຸກສະເໝັດລວມ 269.38 ກິໂລແມັດ ທາງລົດໄຟສາຍສີລາຊາ-ແຫຼມສະບັງ ຢູ່ໃນຈັງຫວັດຊົນບຸລີ ມີໄລຍະທາງ 9.25 ກິໂລແມັດ ທາງລົດໄຟສາຍເຂົາຊີຈັນ-ມາບຕາພຸດ ຜ່ານຈັງຫວັດຊົນບຸລີ ແລະຈັງຫວັດລະຍອງ ມີໄລຍະທາງ 20.48 ກິໂລແມັດ ທາງລົດໄຟສາຍຄອງສິບເກົ້າ-ແກ່ງຄອຍ ມີໄລຍະທາງ 81.36 ກິໂລແມັດ ຜ່ານຈັງຫວັດສະເຊີງເຊົາ, ຈັງຫວັດນະຄອນນາຍົກ ແລະຈັງຫວັດສະລະບຸລີ ແລະທາງລົດໄຟສາຍມັກກະສັນ-ແມ່ນ້ຳ ຢູ່ໃນບາງກອກ ມີໄລຍະທາງຈາກສະຖານີມັກກະສັນ-ສະຖານີໂຮງກັ່ນນ້ຳມັນບາງຈາກລວມ 16.83 ກິໂລແມັດ

ໂດຍທາງລົດໄຟສາຍຕະເວັນອອກ ມີຈຸດເຊື່ອມຕໍ່ກັບຕ່າງປະເທດ ຄື ເສ້ນທາງຈາກ ສະຖານີດ່ານພົມແດນບ້ານຄອງລຶກ ຈັງຫວັດສະແກ້ວ ກັບ ສະຖານີປອຍເປດ ແຂວງບັນຕຽຍມຽນແຈັຍ ປະເທດກຳປູເຈຍ

ສາຍໃຕ້

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ທາງລົດໄຟສາຍໃຕ້ (ປະເທດໄທ)

ທາງລົດໄຟສາຍໃຕ້ ເດີນລົດຜ່ານບາງກອກ, ຈັງຫວັດນະຄອນປະຖົມ, ຈັງຫວັດລາຊະບຸລີ, ຈັງຫວັດເພັດຊະບຸລີ, ຈັງຫວັດປະຈວບຄີລີຂັນ, ຈັງຫວັດຊຸມພອນ, ຈັງຫວັດສຸລາດທານີ, ຈັງຫວັດນະຄອນສີທຳມະລາດ, ຈັງຫວັດພັດທະລຸງ, ຈັງຫວັດສົງຂາ, ຈັງຫວັດປັດຕານີ, ຈັງຫວັດຍະລາ ແລະຈັງຫວັດນະລາທິວາດ ມີໄລຍະທາງຈາກສະຖານີທົນບຸລີ-ສະຖານີສຸໄຫງໂກ-ລົກລວມ 1,144.29 ກິໂລແມັດ ມີເສ້ນທາງແຍກ ຄື ທາງລົດໄຟສາຍບາງກອກ-ຕະຫຼິ່ງຊັນ ຢູ່ໃນບາງກກອກ ມີໄລຍະທາງ 22.13 ກິໂລແມັດ ທາງລົດໄຟສາຍສຸພັນບຸລີ ຜ່ານຈັງຫວັດລາຊະບຸລີ, ຈັງຫວັດນະຄອນປະຖົມ ແລະຈັງຫວັດສຸພັນບຸລີ ມີໄລຍະທາງຈາກສະຖານີຊຸມທາງໜອງປາດຸກ-ທີ່ຫຍຸດລົດມາໄລແມນລວມ 78.47 ກິໂລແມັດ ທາງລົດໄຟສາຍການຈະນະບຸລີ ຜ່ານຈັງຫວັດລາຊະບຸລີ ແລະຈັງຫວັດການຈະນະບຸລີ ມີໄລຍະທາງຈາກສະຖານີຊຸມທາງໜອງປາດຸກ-ປ້າຍຫຍຸດລົດນ້ຳຕົກໄຊໂຍກນ້ອຍລວມ 130.65 ກິໂລແມັດ ທາງລົດໄຟສາຍຄີລີລັດນິຄົມ ຢູ່ໃນຈັງຫວັດສຸລາດທານີ ມີໄລຍະທາງຈາກສະຖານີຊຸມທາງບ້ານທຸ່ງໂພ-ສະຖານີຄີລີລັດນິຄົມລວມ 31 ກິໂລແມັດ ທາງລົດໄຟສາຍກັນຕັງ ຜ່ານຈັງຫວັດນະຄອນສີທຳມະລາດ ແລະຈັງຫວັດຕັງ ມີໄລຍະທາງຈາກສະຖານີຊຸມທາງທຸ່ງສົງ-ສະຖານີກັນຕັງລວມ 93 ກິໂລແມັດ ທາງລົດໄຟສາຍນະຄອນສີທຳມະລາດ ຢູ່ໃນຈັງຫວັດນະຄອນສີທຳມະລາດ ມີໄລຍະທາງຈາກສະຖານີຊຸມທາງເຂົາຊຸມທອງ-ສະຖານີນະຄອນສີທຳມະລາດລວມ 35.01 ກິໂລແມັດ ແລະທາງລົດໄຟສາຍປາດັງເບຊາ ຢູ່ໃນຈັງຫວັດສົງຂາ ມີໄລຍະທາງຈາກສະຖານີຊຸມທາງຫາດໃຫຍ່-ສະຖານີປາດັງເບຊາລວມ 44.32 ກິໂລແມັດ

ໂດຍທາງລົດໄຟສາຍໃຕ້ ມີຈຸດເຊື່ອມຕໍ່ກັບຕ່າງປະເທດ ຄື ເສ້ນທາງຈາກ ສະຖານີປາດັງເບຊາ ຈັງຫວັດສົງຂາ ກັບ ສະຖານີປາດັງເບຊາຣ໌ ລັດປະລິສ ປະເທດມາເລເຊຍ

ສາຍແມ່ກອງ

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ທາງລົດໄຟສາຍແມ່ກອງ

ທາງລົດໄຟສາຍແມ່ກອງ ເດີນລົດຜ່ານບາງກອກ, ຈັງຫວັດສະໝຸດສາຄອນ ແລະຈັງຫວັດສະໝຸດສົງຄາມ ມີໄລຍະທາງຈາກສະຖານີວົງວຽນໃຫຍ່-ສະຖານີແມ່ກອງລວມ 65 ກິໂລແມັດ ແບ່ງເປັນສອງຊ່ວງ ໄດ້ແກ່ ທາງລົດໄຟສາຍມະຫາໄຊ ໄລຍະທາງ 31 ກິໂລແມັດ ແລະທາງລົດໄຟສາຍບ້ານແຫຼມ ໄລຍະທາງ 34 ກິໂລແມັດ

ເສ້ນທາງໃນອະນາຄົດ

[ດັດແກ້]

ລົດໄຟຟ້າຂົນສົ່ງມວນຊົນ

[ດັດແກ້]

ການລົດໄຟແຫ່ງປະເທດໄທຍັງຮັບຜິດຊອບໂຄງການລົດໄຟຟ້າຊານເມືອງ 3 ໂຄງການ ແລະລົດໄຟຄວາມໄວສູງ 4 ໂຄງການ ດັງນີ້

ລົດໄຟຟ້າຊານເມືອງ

[ດັດແກ້]
  • ລົດໄຟຟ້າເຊື່ອມສະໜາມບິນສຸວັນນະພູມ (ຢູ່ໃນສຳປະທານຂອງບໍລິສັດ ເອເຊຍ ເອຣາ ວັນ ຈຳກັດ)
    • ຊ່ວງສຸວັນນະພູມ-ພະຍາໄທ 28.6 ກິໂລແມັດ
    • ຊ່ວງພະຍາໄທ-ດອນເມືອງ (ຕຽມການກໍ່ສ້າງ)
  • ລົດໄຟຟ້າຊານເມືອງ ສາຍສີແດງ
    • ສາຍນະຄອນວິຖີ (ສາຍສີແດງອ່ອນ)
      • ຊ່ວງນະຄອນປະຖົມ-ສາລາຍາ (ກຳລັງສຶກສາ)
      • ຊ່ວງສາລາຍາ-ຕະຫຼິ່ງຊັນ (ຕຽມການກໍ່ສ້າງ)
      • ຊ່ວງສິຣິຣາດ-ຕະຫຼິ່ງຊັນ (ຕຽມການກໍ່ສ້າງ)
      • ຊ່ວງຕະຫຼິ່ງຊັນ-ບາງຊື່ 37.6 ກິໂລແມັດ
      • ຊ່ວງບາງຊື່-ພະຍາໄທ (ຕຽມການກໍ່ສ້າງ)
      • ຊ່ວງພະຍາໄທ-ສະເຊີງເຊົາ (ກຳລັງສຶກສາ)
    • ສາຍທານີລັດຖະຍາ (ສາຍສີແດງເຂ້ມ)
      • ຊ່ວງບ້ານພາຊີ-ທຳມະສາດລັງສິດ (ກຳລັງສຶກສາ)
      • ຊ່ວງທຳມະສາດລັງສິດ-ລັງສິດ (ຕຽມການກໍ່ສ້າງ)
      • ຊ່ວງລັງສິດ-ບາງຊື່ 26 ກິໂລແມັດ
      • ຊ່ວງບາງຊື່-ຫົວລຳໂພງ (ຕຽມການກໍ່ສ້າງ)
      • ຊ່ວງຫົວລຳໂພງ-ມະຫາໄຊ (ກຳລັງຈັດທຳລາຍງານ)
      • ຊ່ວງມະຫາໄຊ-ປາກທໍ່ (ກຳລັງສຶກສາ)

ລັດໄຟຄວາມໄວສູງ

[ດັດແກ້]

ອ້າງອີງ

[ດັດແກ້]
  1. "พระราชบัญญัติการรถไฟแห่งประเทศไทย พ.ศ. 2494" (PDF). Archived from the original (PDF) on 1951-06-30. Retrieved 2022-03-17.
  2. ตะลึง! Blueprint ยุครัชกาลที่ 5 โครงการทางรถไฟสยามสู่จีน มีจริงหรือ-ใครอยู่เบื้องหลัง? (1)
  3. "สารานุกรมไทยสำหรับเยาวชนฯ / เล่มที่ 4 / เรื่องที่ 7 รถไฟ / ประวัติการรถไฟในประเทศไทย". Archived from the original on 2016-03-05. Retrieved 2014-05-09.
  4. "รอยทางจาก "กรมรถไฟ" สู่... "แอร์พอร์ต เรล ลิงก์"". Archived from the original on 2014-04-14. Retrieved 2014-05-09.